ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ​ເຄື່ອງ​ຊ່ວຍເຫຼືອ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ

     ວັນ​ທີ 27 ກັນຍາ 2023, ບໍລິສັດ​ດາກ​ຈຶງ​ສຳ​ຫຼວດ​ແຮ່​ທາດ ປະຈຳ​ແຂວງ​ເຊ​ກອງ ຈຳກັດ ໄດ້​ມອບ​ເຄື່ອງ​ຊ່ວຍ ເຫຼືອໃຫ້​ກອງ
​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ເປັນ​ປະເພດເຄື່ອງ​ອຸປະກອນ ແລະ ເຄື່ອງ​ກິລາ​ຈຳນວນ​ໜຶ່ງ ລວມ​ມູນ​ຄາ 8.500.000 ກວ່າ​ກີບ,
ໂດຍ​ການ​ກ່າວ​ມອບ​ຂອງ ສະຫາຍ ວິທະຍາ ບໍ​ລິ​ວົງ ຫົວໜ້າ​ຫ້ອງການ ບໍລິສັດ​ ດາກ​ຈຶງສຳ​ຫຼວດ​ແຮ່​ທາດ ປະຈຳ​ແຂວງ​ເຊ​ກອງ ຈຳກັດ
ແລະ ກ່າວ​ຮັບ​ຂອງ ສະຫາຍ ພົນ​ຈັດຕະວາ ທອງ​ສີ ກຸນ​ສະ​ນະ ຫົວໜ້າ​ການ​ທະ ຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ, ມີຄະ
ນະ​ຜູ້​ຊີ້​ນຳ​ວຽກ​ງານ​ກິລາ ແລະ ອົງການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

     ສະຫາຍ ວິທະຍາ ບໍ​ລິ​ວົງ ໄດ້​ກ່າວ​ໃຫ້​ຮູ້​ວ່າ: ເຄື່ອງ​ຊ່ວຍເຫຼືອທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້, ແມ່ນ​ເປັນ​ການ​ອຸປະຖຳ​ຊ່ວຍເຫຼືອ​ລ້າ​ຢ່າງ​ຈິງ​
ໃຈ ເພື່ອ​ແນໃສ່​ປະກອບສ່ວນ​ຊຸກຍູ້​ເຂົ້າ​ໃນ​ຂະ​ບວນ​ການ​ວຽກ​ງານ​ຮອບດ້ານ, ໂດຍ​ສະເພາະ​ແມ່ນ​ເລັ່ງ​ໃສ່​ການ​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​
ກິລາ ເພື່ອ​ຂໍ່າ​ນັບ​ຮັບ​ຕ້ອນວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ ໃຫ້​ມີ​ບັນຍາກາດ​ຟົດ​ພື້ນ ແລະ ຕໍ່​ເນື່ອງ.

     ສະຫາຍ ພົນ​ຈັດຕະວາ ທອງ​ສີ ກຸນ​ສະ​ນະ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈມາ​ຍັງ ບໍລິສັດ​ດາກ​ຈຶງ​ສຳ​ຫຼວດ​ແຮ່​ທາດ ປະຈຳ​ແຂວງ​
ເຊ​ກອງ​ ຈຳກັດ ທີ່​ເຫັນ​ໄດ້​ປະກອບສ່ວນ​ອຸປະຖຳ​ຊ່ວຍເຫຼືອ​ໃນ​ຄັ້ງ​ນີ້ ພ້ອມ​ທັງ, ໃຫ້​ຄຳສັນຍາ​ວ່າຈະ​ນຳ​ເອົາ​ເຄື່ອງ​ຊ່ວຍເຫຼືອ​ດັ່ງກ່າວໄປ​
ໝູນ​ໃຊ້​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕົວ​ຈິງໃຫ້​ໄດ້​ຮັບ​ຄຸນ​ນະ​ພາບ​ສູງ.

ແຫຼ່ງທີ່ມາ: ກອງ​ຄຳ ຈິ່ງ​ດ້າ​ຍອດ
ວັນທີ 06/11/2023